ປັບວິທີການສະແດງເນື້ອຫາໃນ Facebook ໃຫ້ທ່ານເຫັນໂດຍອີງໃສ່ການເຄື່ອນໄຫວຂອງທ່ານຈາກທຸລະກິດອື່ນໆ
ສຳເນົາລິ້ງ
ແອັບແອນດຣອຍຊ່ວຍເຫຼືອ
ຊ່ວຍເຫຼືອດ້ານຄອມພິວເຕີ
ແອັບໄອແພັດຊ່ວຍເຫຼືອ
ແອັບໄອໂຟນຊ່ວຍເຫຼືອ
ການຊ່ວຍເຫຼືອໂປຣແກຣມທ່ອງເວັບມືຖື
ຊ່ວຍເຫຼືອແອັບ Facebook Lite
ແອັບແອນດຣອຍຊ່ວຍເຫຼືອ
ຊ່ວຍເຫຼືອດ້ານຄອມພິວເຕີ
ແອັບໄອແພັດຊ່ວຍເຫຼືອ
ແອັບໄອໂຟນຊ່ວຍເຫຼືອ
ການຊ່ວຍເຫຼືອໂປຣແກຣມທ່ອງເວັບມືຖື
ຊ່ວຍເຫຼືອແອັບ Facebook Lite
ພວກເຮົາກຳລັງທະຍອຍອັບເດດຜູ້ໃຊ້ໄປຍັງ ບັນຊີ Meta ເລື້່ອຍໆ. ທ່ານອາດຈະເຫັນສູນບັນຊີ ຫຼື ການຕັ້ງຄ່າບັນຊີ Meta ເປັນບ່ອນທີ່ຈັດການການຕັ້ງຄ່າບັນຊີຂອງທ່ານ.
ຖ້າທ່ານຢູ່ໃນ ພາກພື້ນເອີຣົບ ຫຼື ສະຫະລາຊະອານາຈັກ, ການເລືອກກ່ຽວກັບໂຄສະນາຂອງທ່ານຈະແຕກຕ່າງໄປ. ສຶກສາເພີ່ມເຕີມກ່ຽວກັບ ການເລືອກກ່ຽວກັບໂຄສະນາຂອງທ່ານ.
ທ່ານຕ້ອງເຂົ້າສູ່ລະບົບ Facebook ເພື່ອເຂົ້າເຖິງຕົວເລືອກໂຄສະນາຂອງທ່ານ.
ເພື່ອສະແດງໃຫ້ທ່ານເຫັນໂຄສະນາທີ່ກ່ຽວຂ້ອງຫຼາຍຂຶ້ນ, ພວກເຮົາໄດ້ຮັບ ແລະ ນໍາໃຊ້ຂໍ້ມູນທີ່ຜູ້ລົງໂຄສະນາ ແລະ ບັນດາຄູ່ຮ່ວມມືອື່ນໆສະໜອງໃຫ້ພວກເຮົາກ່ຽວກັບການເຄື່ອນໄຫວຂອງທ່ານໃນເວັບໄຊ ແລະ ແອັບຂອງພວກເຂົາ, ພ້ອມທັງການໂຕ້ຕອບທາງອອບລາຍບາງຢ່າງຂອງທ່ານ ເຊັ່ນ: ການຊື້ເຄື່ອງ. ຕົວຢ່າງ: ພວກເຮົາອາດຈະສະແດງໃຫ້ທ່ານເຫັນໂຄສະນາກ່ຽວກັບເສື້ອເຊີດ ໂດຍອີງໃສ່ການເຂົ້າຊົມເວັບໄຊຂາຍເຄື່ອງນຸ່ງຫົ່ມຂອງທ່ານ.
ທ່ານສາມາດເລືອກໄດ້ວ່າຈະໃຫ້ພວກເຮົານຳໃຊ້ຂໍ້ມູນນີ້ເພື່ອສະແດງໂຄສະນາໃຫ້ທ່ານໄດ້ ຫຼື ບໍ່ ໂດຍການປັບ ການຕັ້ງຄ່າຂໍ້ມູນການເຄື່ອນໄຫວຈາກບັນດາຄູ່ຮ່ວມມືໂຄສະນາ ໃນ ການຕັ້ງຄ່າໂຄສະນາຂອງທ່ານ.
ການຕັ້ງຄ່າໂຄສະນາຈະບໍ່ມີຜົນກະທົບວ່າທຸລະກິດສາມາດໃຊ້ຂໍ້ມູນຂອງທ່ານເພື່ອສົ່ງຂໍ້ຄວາມການຕະຫຼາດໃຫ້ທ່ານໄດ້ ຫຼື ບໍ່. ຖ້າທ່ານບໍ່ຕ້ອງການຮັບຂໍ້ຄວາມການຕະຫຼາດຈາກທຸລະກິດໃດໜຶ່ງ, ທ່ານສາມາດບລັອກພວກເຂົາໄດ້ໂດຍກົງຈາກການສົນທະນາ.
ເພື່ອເບິ່ງ ແລະ ປັບການຕັ້ງຄ່ານີ້ໃນສູນບັນຊີ:
- ຄລິກຮູບໂປຣໄຟລ໌ຂອງທ່ານຢູ່ເບື້ອງຂວາດ້ານເທິງຂອງ Facebook.
-
ເລືອກ
ການຕັ້ງຄ່າ ແລະ ຄວາມເປັນສ່ວນຕົວ, ຈາກນັ້ນຄລິກ
ການຕັ້ງຄ່າ.
- ຄລິກ ສູນບັນຊີ, ຈາກນັ້ນຄລິກ ການຕັ້ງຄ່າໂຄສະນາ.
- ຄລິກ ການຕັ້ງຄ່າໂຄສະນາ.
- ຄລິກ ຂໍ້ມູນການເຄື່ອນໄຫວຈາກບັນດາຄູ່ຮ່ວມມືໂຄສະນາ.
- ຄລິກ ກວດສອບການຕັ້ງຄ່າ.
- ເລືອກວ່າພວກເຮົາຈະສາມາດສະແດງໃຫ້ທ່ານເຫັນໂຄສະນາໂດຍອີງໃສ່ຂໍ້ມູນການເຄື່ອນໄຫວຂອງທ່ານຈາກຄູ່ຮ່ວມມືໂຄສະນາ ຫຼື ບໍ່.
ໝາຍເຫດ: ບໍ່ແມ່ນທຸກຄົນຈະສາມາດເຂົ້າເຖິງການຕັ້ງຄ່ານີ້ຢູ່ໃນສູນບັນຊີໄດ້ໃນເວລານີ້.
ຖ້າຂັ້ນຕອນເຫຼົ່ານີ້ໃຊ້ບໍ່ໄດ້ກັບທ່ານ, ໃຫ້ລອງອັບເດດແອັບຂອງທ່ານ ຫຼື ໄປທີ່ accountscenter.facebook.com ໃນໂປຣແກຣມທ່ອງເວັບຂອງທ່ານ.
ຮຽນຮູ້ເພີ່ມຕື່ມກ່ຽວກັບເຫດຜົນທີ່ທ່ານອາດຈະ ເຫັນໂຄສະນາສະເພາະເຈາະຈົງໃດໜຶ່ງ.
ໝາຍເຫດ: ທ່ານຈະຖືກຂໍໃຫ້ຢືນຢັນການເລືອກຂອງທ່ານ ຖ້າຫາກທ່ານດໍາເນີນການປ່ຽນແປງຂໍ້ມູນກິດຈະກໍາຂອງທ່ານຈາກການຕັ້ງຄ່າຄູ່ຮ່ວມມືໂຄສະນາ.
ຂໍ້ມູນການເຄື່ອນໄຫວຈາກບັນດາຄູ່ຮ່ວມມືໂຄສະນາ
ການຕັ້ງຄ່ານີ້ຄວບຄຸມວ່າ ພວກເຮົາຈະສາມາດສະແດງໂຄສະນາທີ່ກ່ຽວຂ້ອງໃນ Instagram ໃຫ້ທ່ານໄດ້ ຫຼື ບໍ່ ໂດຍອີງໃສ່ຂໍ້ມູນກ່ຽວກັບການເຄື່ອນໄຫວຂອງທ່ານຈາກບັນດາຄູ່ຮ່ວມມືໂຄສະນາ. ຖ້າທ່ານປິດການຕັ້ງຄ່ານີ້, ໂຄສະນາທີ່ທ່ານເຫັນອາດຈະຍັງຄົງອີງໃສ່ການເຄື່ອນໄຫວຂອງທ່ານຢູ່ແພລດຟອມຂອງພວກເຮົາ. ນອກຈາກນັ້ນ ໂຄສະນາກໍອາດຈະອິງໃສ່ຂໍ້ມູນຈາກທຸລະກິດສະເພາະໃດໜຶ່ງ ທີ່ໄດ້ແບ່ງປັນລາຍຊື່ຂອງບຸກຄົນ ຫຼື ອຸປະກອນກັບພວກເຮົາ, ຖ້າພວກເຮົາເຫັນວ່າໂປຣໄຟລ໌ຂອງທ່ານກົງກັບຂໍ້ມູນໃນລາຍຊື່ນັ້ນ.
ທາງເລືອກທີ່ທ່ານເລືອກໃນຂໍ້ມູນການເຄື່ອນໄຫວຂອງທ່ານຈາກການຕັ້ງຄ່າຄູ່ຮ່ວມມືໂຄສະນາ ຈະມີຜົນບັງຄັບໃຊ້ກັບບັນຊີທັງໝົດຂອງທ່ານໃນສູນບັນຊີດຽວກັນ.
ໝາຍເຫດ: ທ່ານອາດຈະມີປະສົບການການໂຄສະນາທີ່ແຕກຕ່າງກັນໃນທົ່ວບັນຊີຂອງທ່ານ ຖ້າບັນຊີເຫຼົ່ານັ້ນບໍ່ໄດ້ຖືກເພີ່ມໃສ່ສູນບັນຊີດຽວກັນ.
ສຶກສາເພີ່ມເຕີມກ່ຽວກັບ ການຕັ້ງຄ່າທີ່ທ່ານສາມາດຈັດການໄດ້ທົ່ວບັນຊີຂອງທ່ານ ໃນສູນບັນຊີ.
ພວກເຮົາປະຕິບັດຕາມຫຼັກການຄຸ້ມຄອງຕົນເອງສໍາລັບການໂຄສະນາຕາມພຶດຕິກໍາທາງອອນລາຍ ແລະ ເຂົ້າຮ່ວມໂຄງການການຍົກເລີກຮັບໂຄສະນາທີ່ສ້າງຂຶ້ນໂດຍ ພັນທະມິດການໂຄສະນາທາງດິຈິຕອນ, ພັນທະມິດການໂຄສະນາທາງດິຈິຕອນແຫ່ງການາດາ ແລະ ຂອບວຽກການຄຸ້ມຄອງຕົນເອງຂອງອຸດສາຫະກໍາເອີຣົບກ່ຽວກັບການໂຄສະນາທີ່ຂັບເຄື່ອນດ້ວຍຂໍ້ມູນ. ທ່ານສາມາດເລືອກບໍ່ຮັບບັນດາບໍລິສັດທີ່ເຂົ້າຮ່ວມທັງໝົດຜ່ານເວັບໄຊເຫຼົ່ານີ້ໄດ້.
Other ways to get help
Chat with Meta AI support assistant
Resolve issues, make changes and get support in real time
